วันศุกร์ที่ 1 เมษายน พ.ศ. 2559

ທິດຖິ 2

                  ທິດຖິ (ຄວາມເຫັນ)
1 ສັດສະຕະທິດຖິ ຄວາມເຫັນວ່າທຽ່ງ
2 ອຸຈເສທະທິດຖິ ຄວາມເຫັນວ່າຂາດສູນ

-ທິດຖິ ແປວ່າ ຄວາມຄິດເຫັນຂອງຄົນທີ່ມີຕໍ່
ຊີວິດແລະຄວາມຕາຍເປັນການໃຫ້ຄວາມເຫັນຫຼືຕັ້ງເປັນຫຼັກຍຶດຖືທາງຄວາມເຊື່ອໃນສະໄໝຄັ້ງພຸດທະການຂອງເຫຼົ່ານັກບວດ ຫຼື ສຳນັກລັດທິນອກພຣະພຸດທະສາດສະໜາຕ່າງໆໃນການບອກສອນຄົນມີ 2ລັກສະນະ
ຄວາມຄິດເຫັນທີ່ແຕກຕ່າງກັນແລະທີ່ສຳຄັນຄືຂັດກັບຫຼັກຄວາມຈິງທີ່ພຣະພຸດທະເຈົ້າຄົ້ນພົບ

1 ສັດສະຕະທິດຖິ ຄິດວ່າທຸກຢ່າງໃນໂລກເປັນຂອງຢັ້ງຢືນເຄີຍ
ເປັນຫຍັງກໍ່ຈະໄດ້ເປັນຢ່າງນັ້ນເຊັ່ນ:ຊາດນີ້
ເປັນມະນຸດເມື່ອຕາຍໄປເກີດໃໝ່ກໍ່ຈະກັບມາເປັນມະນຸດອີກ

2 ອຸຈເສທະທິດຖິ
ຄວາມເຫັນທີ່ວ່າທຸກຢ່າງບໍ່ເປັນຂອງຢັ້ງຢືນ
ເປັນຄວາມຂາດສູນໂດຍຖືວ່າຄົນຫຼືສັດເມື່ອ
ຕາຍຍ່ອມບໍ່ມີເກີດອີກ ດັບສູນໄປເລີຍ

ກາມ 2

                ກາມ 2
1 ກິເລດກາມ ເຫດໃຫ້ເກີດຄວາມໃຄ່
2 ວັດຖຸກາມ ວັດຖຸທີ່ຊັກຈູງໃຫ້ເກີດຄວາມໃຄ່

#ກາມ ໝາຍເອົາອາລົມຟັກໄຟ່,ຢາກປາດຖະໜາ
ສິ່ງທີ່ໜ້າໃຄ່ສະເໜ່ຫາໜ້າພໍໃຈເປັນເຫດໃຫ້ນຳມາສູ່ການເສພ ຫຼື ຄອບຄອງ.

1 ກິເລດກາມ ໝາຍເຖິງ ອາລົມທີ່ເປັນເຫດ
ໃຄ່ຫາພໍໃຈ ຢາກທີ່ຍຸຍົງສົ່ງເສີມໃຈໃຫ້ຄິດ
ຢາກປາດຖະໜາພໍໃຈເຊັ່ນ:ຕັນຫາ(ຄວາມຢາກ),ໂລພະ(ຄວາມໂລບ,ຄວາມຢາກໄດ້ເກີນ
ປະມານ),ຣາຄະ(ຄວາມກຳໜັດ),ຣະຕິ(ຄວາມຍິນດີ),ອະສັນຕຸດຖີ(ຄວາມບໍ່ຍິນດີໃນສິ່ງທີ່ຕົນມີ)ເຮັດໃຫຈິດເກີດຄວາມຕ້ອງການສິ່ງຕ່າງໆຕາມອຳນາດຂອງມັນ.

2 ວັດຖຸກາມ ໝາຍເຖິງ ວັດຖຸພາຍນອກອັນ
ເປັນເຄື່ອງຢົ້ວຢວນໃຫ້ໜ້າຮັກໃຄ່ສະເໜ່ຫາ
ຕ້ອງການມີວັດຖຸນັ້ນເຊິ່ງເປັນສິ່ງທີ່ກະຕຸ້ນໃຫ້
ກິເລດກາມທີ່ມີຢູ່ແລ້ວໃນໃຕຟູຂຶ້ນໄດ້ແກ່:
ກາມມະຄຸນ 5 :ຮູບ,ສຽງ,ກິ່ນ,ລົດ,ໂຜດຖັບພະ
ປຽບດັ່ງເຫຍື້ອລໍ້ທີ່ຫຸ້ມຫໍ່ ຂໍເບັດເອົາໄວ້ ຊວນ
ໃຫ້ປາຫຼົງໄຫຼຕິດກັບດັກຢູ່ສະເໝີ.

          *ສະຫຼຸບ
ທັມທັງຫຼາຍສອງຢ່າງນີ້ມີຄວາມກຽ່ວເນື້ອງ
ກັນ ເມື່ອມີວັດຖຸອັນເປັນເຄື່ອງລໍ້ກາມກິເລດ
ທີ່ມີຢູ່ແລ້ວທົ່ວໄປຍ່ອມຟູຂຶ້ນເພາະຖືກກະຕຸ້ນເມື່ອບໍ່ມີວັດຖຸກາມກິເລດກໍ່ຍາກທີ່ຈັບສະແດງຕົນອອກມາໃຫ້ເຫັນ

ຄວາມສຳເລັດຂອງຄົນ

1 ເປັນເລື່ອງຂອງການ….ຊອກຫາ
   ບໍ່ແມ່ນ…ເກີດມາເປັນ

2 ເປັນເລື່ອງຂອງການ….ຕໍ່ສູ້
   ບໍ່ແມ່ນ….ນັ່ງເບິ່ງດວງ

3 ເປັນເລື່ອງຂອງການ….ຊຽ່ວຊານ
    ບໍ່ແມ່ນ….ໂຊກຊ່ວຍ

4 ເປັນເລື່ອງຂອງການ….ເຝິກຝົນ
    ບໍ່ແມ່ນ….ບຸນຫຼົ່ນທັບ

5  ເປັນເລື່ອງຂອງ…ຄວາມສາມາດ
     ບໍ່ແມ່ນ….ວາດສະໜາ

6 ເປັນເລື່ອງຂອງ….ພອນສະແຫວງ
    ບໍ່ແມ່ນ….ພອນສະຫວັນ
  

วันอังคารที่ 15 มีนาคม พ.ศ. 2559

ຄຳວ່າສິນ

ສິນ ແປວ່າ ປົກກະຕິ,ສະຫງົບເຢັນ

ສິນ ຫຼື ສີລ
ສິລ ໃນທາງປະຕິບັດໝາຍເຖິງ ການຍົກເວັ້ນ
ຈາກການປະພຶດຜິດທາງກາຍ ແລະທາງວາ
ຈາ ການຄວບຄຸມກາຍ ວາຈາໃຫ້ຮຽບຮ້ອຍ
ງົດງາມ ບໍ່ໃຫ້ຜິດປົກກະຕິທຳມະດາ
ກ່າວຄືການບໍ່ເຮັດຜິດ ບໍ່ເວົ້າຜິດ ນີ້ຈັດເປັນສິລ

   ສິລ ເປັນເຫດໃຫ້ຄົນຢູ່ຮ່ວມກັນເປັນປົກກະຕິ
ບໍ່ບຽດບຽນເຊິ່ງກັນ ແລະກັນ,ບໍ່ຂ້າກັນ,ບໍ່ລັກ
ຂອງກັນ ແລະກັນ ເປັນຕົ້ນ.ເຮັດໃຫ້ເກີດ
ຄວາມສະຫງົບສຸກໃນສັງຄົມ ແລະຈັດເປັນ
ບຸນຢ່າງໜຶ່ງເອີ້ນວ່າ: ສີລະໄມ ບຸນທີ່ເກີດຈາກ
ການຮັກສາສິລ ຄືເມື່ອຮັກສາສິລກໍ່ຄືການໄດ້
ເຮັດບຸນປ(ການໄດ້ເຮັດຄວາມດີ)

วันอาทิตย์ที่ 10 มกราคม พ.ศ. 2559

ກຳມະຖານ2

ກຳມະຖານ ແປວ່າທີ່ຕັ້ງແຫ່ງການງານໝາຍ
ເອົາອາລົມສີ່ງທີ່ຍຶດໜ່ຽວຜູກມັດໃຈໄວບໍ່ໃຫ້
ຊັນສາຍໃຫ້ສະຫງົບຢູ່ໃນອາລົມກັມມັຕຖານ
ນັ້ນເປັນອຸບາຍເພື່ອຄວບຄຸມຝຶກຝົນອົບຮົມໃຈເພື່ຶອໃຫ້ຄວາມສະຫງົບ ຫຼືເກີດປັນຍາຕາມວິທີ
ທີ່ເລື່ອກປະຕິບັດເອີ້ນຢ່າງໜຶ່ງວ່າ ພາວະນາ
ມີ ໒ ຢ່າງຄື:
-ສະມັຕຖະກຳມະຖານ ເປັນອຸບາຍສະຫງົບ
ໃຈໝາຍເຖິງການປະຕິບັດທຳດ້ວຍການກຳ
ນົດບໍລິກຳທຳຄວາມພຽນທາງຈິດທີ່ໃຊ້ສະຕິ
ເປັນຫຼັກຈົນຈິດນ້ອມດິ່ງລົງສູ່ສິ່ງດ່ຽວບໍ່ເກ່ວງ
ໄກວເມື່ອສະຫງົບແໜ້ນສະມາທິຂັ້ນສູງເອີ້ນ
ວ່າ ຊານສະມາບັດກໍ່ສາມາດກຳຈັດນິວອນ
ໄດ້ ປະຕິບັດດ້ວນໃຊ້ສະຕິກຳນົດອາລົມກຳ
ມະຖານຢ່າງໃດຢ່າງໜຶ່ງໃນອາລົມ40 ມີກະສິນເປັນຕົ້ນການປະຕິບັດໃຫ້ຖືກຈະຣິດຂອງຕົວເອງມີ ຣາຄະຈະຣິດ,ໂທສະຈະຣິດ,
ໂມຫະຈະຣິດ,ສັດທາຈະຣິດ,ພຸດທະຈະຣິດ
ແລະວິຕັກກະຈະຣິດ.
-ວິປັດສະນາກຳມະຖານ ເປັນເຄື່ອງອຸບາຍ
ໃຫ້ໄດ້ປັນຍາເຊິ່ງໝາຍເຖິງການປະຕິບັດທຳທີ່ໃຊ້ປັນຍາພິຈາລະນາເປັນຫຼັກ ພິຈາລະນາ
ສະພາວະທຳຂັນ5 ທາດ4 ອາຍາຕະນະ 12
ອິນຊີ 22 ໃຫ້ເຫັນຕາມຄວາມເປັນຈິງດ້ວຍ
ປັນຍາຢ່າງແຈ່ມແຈ້ງໃນໃຈວ່າສິ່ງເຫຼົ່ານີ້ນອນຢູ່ໃນສາມັນຍະລັກສະນະຄື ບໍ່ທຽງ,ເປັນທຸກ,
ບໍ່ມີຕົວຕົນຈົນສາມາດທຳລາຍຄາຍຄວາມຍຶດໝັ້ນຖືໝັ້ນໄດ້ແລະຈົນສາມາດຫຼຸດພົ້ນຈາກອຳນາດແຫ່ງອາສາວະກິເລດໂດຍທີ່ສຸດ