วันพุธที่ 23 ธันวาคม พ.ศ. 2558

ອະລິຍະບຸກຄົນ 2

                      ອຣິຍບຸຄຄົນ ໒
໑.ພຣະເສຂະ           ພຣະຜູ້ຍັງຕ້ອງສຶກ
໒.ພຣະອເສຂະ         ພຣະຜູ້ບໍ່ຕ້ອງສຶກສາ
                   ອະທິບາຍ
  ອຣິຍະບຸຄຄົນ ໄດ້ແກ່ບຸກຄົນຜູ້ປະເສີດສຸດ
ເຊິ່ງປະສະຈາກກິເລສທີ່ເປັນຂ້າເສິກ ການປະ
ຕິບັດໃນສິນ,ສະມາທິ ແລະປັນຍານັ້ນ ຜົນທີ່
ເກີດຂຶ້ນຈາກການປະພຶດປະຕິບັດ ຍ່ອມແຕກ
ຕ່າງກັນອອກໄປ ເນື່ອງຈາກບຸກຄົນມີພື້ນຖານ
ບໍ່ສະເໝີກັນຜູ້ໃດເລີ່ມຕົ້ນດ້ວຍການເຮັດສິນ
ໃຫ້ສົມບູນສະມາທິປະມານປັນຍາພໍປະມານຢ່າງນີ້ຊື່ວ່າ ເປັນອຣິຍບຸຄຄົນແລ້ວໂດຍຫຍໍ້ມີ
໒ ຈຳພວກ
    ໑.ພຣະເສຂະ ຜູ້ຍັງຕ້ອງສຶກສາໝາຍເຖິງ
ຜູ້ສຶກສາໃນເລື່ອງໄຕຣສິກຂາຄື:ສິນ,ສະມາທິແລະປັນຍາຫຼືມັກມີອົງ໘ ສຶກສາໃນເລື່ອງການ
ປະພຶດປະຕິບັດແລະການພັດທະນາຈິດຂອງຕົນໃຫ້ມີຂີດຄວາມສາມາດໃນການເຮັດສິນ,ສະມາທິ ແລະປັນຍາໃຫ້ບໍລິບູນ ເມື່ອກ່າວຕາມ
ພູມຂອງພຣະເສຂະມີ7 ຄື:
໑.ພຣະຜູ້ຕັ້ງຢູ່ໃນໂສດາປັດຕິມັກ
໒.ພຣະຜູ້ຕັ້ງຢູ່ໃນໂສດປັດຕິຜົນ
໓.ພຣະຜູ້ຕັ້ງຢູ່ໃນສະກະທາຄາມີມັກ
໔.ພຣະຜູ້ຕັ້ງຢູ່ໃນສະກະທາຄາມີຜົນ
໕.ພຣະຜູ້ຕັ້ງຢູ່ໃນອະນາຄາມີຜົນ
໖.ພຣະຜູ້ຕັ້ງຢູ່ໃນອະນາຄາມີມັກ
7.ພຣະຜູ້ຕັ້ງຢູ່ໃນອະຣະຫັນຕະມັກ
    ໒.ພຣະອະເສຂະ ໝາຍເຖິງຜູ້ທີ່ບັນລຸອະ
ຣະຫັນຕະຜົນເຂົ້າເຖິງພຣະນິບພານແລ້ວບໍ່ຕ້ອງສຶກສາຫຍັງອີກບໍ່ຕ້ອງຂວານຂວາຍເພື່ອ
ລະອາສາວະກິເລສອີກ.
              
                        ບົດສະຫຼຸບ
  ອຣິຍະບຸຄຄົນເຫັນວ່າເພິ່ງມີແຕ່ໃນພຣະພຸດ
ທະສາດສະໜາເມື່ອບຸກຄົນເຫົ້ຼາໃດເຂົ້າມາສູ່ການປະພຶດປະຕິບັດທຳໃນສຳນັກຂອງຕະຖາຄົດແລ້ວເພິ່ງອຸທິດຕົນທຳຕົນດັງບຸກຄົນ໒ຈຳພວກຄືສະແຫວງຫາຄວາມຮູ້ຂໍ້ວັດປະຕິບັດເພື່ອໃຫ້ເຖິງທີ່ແຫ່ງການສຶກສາຄືບໍ່ຕ້ອງຮຽນຮູ້ຫຍັງອີກໄດ້ ພຣະອະເສຂະບຸກຄົນ ຫຼື ພຣະອໍຣະຫັນ